ຄຳຖາມທີ່ຖຶກຖາມເລື້ອຍໆ.
ທ່ານ ນີໂຄລາດ ເນໂກຼໂຟນເຕ, ປະທານອົງການການ 1 ໂນດບຸກຄອມພິວເຕີສຳລັບເດັກນ້ອຍ 1 ຄົນ, ເຊີ່ງຈະຕອບຄຳຖາມທີ່ຖາມມາຫາອົງການ.
ໂນດບຸກຄອມພິວເຕີລາຄາ 100 ດອນລາສະຫະລັດເຮັດກ່ຽວກັບຫຍັງ?
ຈຸດປະສົງເຄື່ອງໂນດບຸກຄອມພິວເຕີລາຄາ 100 ດອນລາສະຫະລັດ ແມ່ນອີງໃສ່ລີນຸກ Linux ເປັນພື້ນຖານ, ເປີດໄດ້ທັງສອງລະບົບກໍ່ຄືລະບົບສີ, ສົ່ງສັນຍານເຂົ້າສູ່ລະບົບ ດີວີດີ ແລະ ທາງເລືອກເປີດທີສອງກໍ່ຄືລະບົບຂາວດຳ ແລະ ໃຊ້ແສງພະລັງງານແສງອາທິດທີ່ລະດັບຄວາມລະອຽດ 3X. ໂນດບຸກຄອມພິວເຕີຈະມີໜ່ວຍປະເມີນຜົນທີ່ 500MHz (ເມັກກາເຮີດ) ແລະ 128 ເມັກກາໄບ(MB) ຂອງແດຣມ (DRAM) ກັບໜ່ວຍຄວາມຈຳທີ່ 500 ເມັກກາໄບ (MB. ໂນດບຸກນີ້ຈະບໍ່ມີຮາດດີດ (hard disk) ແຕ່ຈະມີ ຮູສຽບຍູເອສບີ (USB) 4 ຮູ. ໂນດບຸກຈະເປັນເຊື່ອມຕໍ່ຄື້ນຄວາມຖີ່ແບບບໍ່ມີສາຍທີ່ເຊື່ອມຕໍ່ກັບສີ່ງອື່ນໆໂດຍຕົວເຄື່ອງຈະທຳງານແບບເຄືອຂ່າຍຕາໜ່າງ, ໂນດບຸກແຕ່ລະໜ່ວຍສາມາດສົ່ງສັນຍາຫາເຄື່ອງທີ່ໃກ້ຄຽງໄດ້, ສ້າງເປັນສະເພາະກິດ, ມີເຄືອຂ່າຍພາຍໃນ. ໂນດຍຸກຈະໃຊ້ພະລັງງານແບບໃໝ່(ພະລັງງານແບບປີ່ນ) ແລະ ສາມາດເຮັດວຽກໄດ້ໝົດທຸກຢ່າງ ແຕ່ບໍ່ສາມາດບັນຈຸຂໍ້ມູນມີຈຳນວນຫຼາຍ.
ເປັນເດັກນ້ອຍໃນປະເທດທີ່ກຳລັງພັດທະນາຈື່ງຈຳເປັນຕ້ອງມີໂນດບຸກຄອມພິວເຕີ?
ໂນດບຸກຄອມພິວເຕີເປັນທັງວິນໂດແລະເຄື່ອງມື: ວິນໂດເຂົ້າສູ່ໂລກກວ້າງ ແລະ ເປັນເຄື່ອງມືເພື່ອຄິດ. ເຊີ່ງເປັນທາງທີ່ດີຢ້ຽມສຳລັບເດັກນ້ອຍlearn learningຜ່ານການໂຕ້ຕອບແລະການຄົ້ນຫາ.
ເປັນຫຍັງຈື່ງບໍ່ເປັນຄອມພິວເຕີຕັ້ງໂຕະ ຫຼື ເຄື່ອງຄອມພິວເຕີຕັ້ງໂຕະທີ່ໃຊ້ແລ້ວ(ມືສອງ)ດີກວ່າ?
ປະຈຸບັນນີ້ໄດ້ເຮັດວຽກກັບໂຮງຮຽນໃນເມນ ເຊີ່ງໄດ້ສະແດງໃຫ້ເຫັນເຖີງຄວາມຕ້ອງການຳໃຊ້ໂນດບຸກຄອມພິວເຕີຢ່າງຫຼາຍທີ່ສຸດເພື່ອການສຶກສາແລະການຫຼີ້ນ. ສັນຍາກັບຄອບຄົວໃນການນຳເອົາຄອມພິວເຕີກັບບ້ານ. ໃນໝູ່ບ້ານໜື່ງຂອງປະເທດຈຳປູເຈັຍທີ່ພວກເຮົາໄປເຮັດວຍກນຳ ສະຖານທີ່ນັ້ນບໍ່ມີໄຟຟ້າ ດັ່ງນັ້ນຄອມພິວເຕີໂນດບຸກເປັນສີ່ງທີ່ແຫ່ຼງທີ່ມາຂອງແສງສະຫວ່າງທີ່ສຳຄັນໃນບ້ານ
. ທ້າຍນີ້ກ່ຽວຂ້ອງກັນເຄື່ອງມືສອງ: ຖ້າພວກເຮົາຄາດການວ່າມີເງີນ 100 ລ້ານ ປັນການຕົບແຕ່ງໜ້າຕາ, ໃສ່ເຂົ້າໃໝ່, ຖື, ເຊີ່ງນັ້ນແມ່ນເຮັດວຽກປະມານ 45 ພັນປີ. ດັ່ງນັ້ນ ໃນຂະນະທີ່ພວກເຮົາໄຈ້ແຍກການນຳໃຊ້ຄອມພິວເຕີໂນດບຸກ ເຊີ່ງຈະບໍ່ແມ່ນຄຳຕອບທີ່ວ່າໜື່ງຄອມພິວເຕີຕໍ່ເດັກນ້ອຍໜື່ງຄົນ.
ເປັນໄປໄດ້ແນວໃດຈື່ງສາມາດຊື້ໄດ້ລາຄາຕໍ່າແທ້?
ເລີ່ມທຳອິດ, ໂດຍລາຄາຂອງໜ້າຈໍຄອມພິວເຕີທີ່ຕໍ່າຫຼາຍ. ໃນຍຸກເລີ່ມຕົ້ນເຄື່ອງຈັກເປັນເລື່ອງໃໝ່, ໜ້າຈໍມີສອງລະບົບ ເຊີ່ງເປັນການປັບປຸງເຂົ້າສູ່ໜ້າຈໍເອວຊີດີ ສາມາດເຫັນໄດ້ໃນລະບົບເຄື່ອງຫຼີ້ນດີວີດີທີ່ລາຄາບໍ່ແພງ. ໜ້າຈໍເຫຼົ່ານີ້ສາມາດນຳໃຊ້ການປັບຄວາມລະອຽດຂອງພາບໃນລະບົບຂາວດຳເຮັດໃຫ້ພາບແຈ້ງຂື້ນ ເຊີ່ງລາຄາໃນເວລານັ້ນປະມານ 35 ດອນລາສະຫະລັດ
. ສອງພວກເຮົາມີລະບົບທີ່ດສົມບູນ. ປະຈຸບັນນີ້ໂນດບຸກມີຫຼາຍ 2/3 ຂອງຊອບແວຖືກໃຊ້ເພື່ອຄຸ້ມຄອງ ເຊີ່ງເກືອບທັງໝົດແມ່ນມີໜ້າທີ່ຄືກັນແຕ່ມີທາງ 9 ວິທີທາງທີ່ແຕກຕ່າງກັນ
. ສາມ ພວກເຮົາສັ່ງຊື້ໂນດບຸກເປັນຈຳນວນຫຼາຍ(ລ້ານ ໜ່ວຍ) ສົ່ງໂດຍກົງໃຫ້ກະຊວງສຶກສາທິການ, ເຊີ່ງສາມາດແຈກຢາຍໂນດບຸກນີ້ຄືກັບແຈກປື້ມຮຽນ.
ເປັນຫຍັງຈື່ງມີຄວາມສຳຄັນທີ່ຈະຕ້ອງໃຫ້ເດັກນ້ອຍໄດ້ມີເຄື່ອງຄອມພິວເຕີໜ່ວຍໜື່ງຕໍ່ຄົນ? ແລະຈະເກີດຫຍັງຂື້ນກັບການເຂົ້າເຖີງສູນກາງຂໍ້ມູນຊຸມ?
ເຫດຜົນໜື່ງທີ່ຄິດຕ່າງອອກຈາກຊຸມຊົນທີ່ວ່າເດັກນ້ອຍມີພຽງສໍກໍ່ພຽງພໍແລ້ວ ເປັນເຄື່ອງມືເພື່ອຄິດ, ມີລາຄາຕ່ຳເມື່ອຖືກໃຊ້ວຽກແລະຫຼີ້ນ, ການແຕ້ມ, ການຂຽນແລະການຄຳນວນ. ຄອມພິວເຕີສາມາດນຳໃຊ້ໄດ້ແບບດຽວກັນແຕ່ຈະມີປະໂຫຍດຫຼາຍກວ່າມະຫາສານ. ນອກຈາກນັ້ນມີຫຼາຍໆເຫດຜົນທີ່ສຳຄັນສຳລັບເດັກນ້ອຍເພື່ອເຮັດສີ່ງອື່ນເຊັ່ນ: ການຫຼີ້ນເຕະບານ, ຫຼີ້ນຕຸກກະຕາ, ຫຼືອ່ານປື້ມ ບໍ່ເປັນສ່ວນໜື່ງເຊີ່ງສີ່ງເຫຼົ່ານີ້ຈະຂື້ນກັບການໃຫ້ຄວາມຮັກແລະດູແລເປັນຢ່າງດີ own.
ກ່ຽວກັບເລື່ອງການເຊື່ອມຕໍ່ເດເປັນແນວໃດ? ການບໍລິການດ້ານໂທລະຄົມມະນາຄົມມີລາຄາແພງບໍ່ໃນປະເທດກຳລັງພັດທະນາໃນທົ່ວໂລກ?
ເມື່ອຂໍ້ມູນອອກຈາກກ່ອງຈຸດເຊື່ອມຕໍ່ຂອງເຄື່ອງຈັກ, ແລ້ວຈະສ້າງຕາໜ່າງເຄືອຂ່າຍດ້ວຍມັນເອງ, ເປັນຄູ່ໆ. ນີ້ເປັນການພັດທະນາໃນເບື້ອງຕົ້ນຂອງ MIT ແລະ ຫ້ອງເເລບ Media, ພວກເຮົາກໍ່ໄດ້ກຳລັງຄົ້ນຄວ້າຫາທາງເພື່ອເຊື່ອມເຄື່ອງເຂົ້າສູ່ເຄືອຂ່າຍຫຼັກຂອງອິນເຕີເນັດທີ່ມີລາຄາຕໍ່າທີ່ສຸດ.
ໂນດບຸກ (Notebook/Laptop) ລາຄາ 100 ດອນລາສະຫະລັດຈະມີປະສິດທິພາບໃນການເຮັດວຽກແບບໂນດບຸກລາຄາເປັນ 1000 ດອນລາສະຫະລັດບໍ່?
ບໍ່ຫຼາຍ. ແຜນການທີ່ວາງໄວ້ສຳລັບໂນດບຸກລາຄາ 100 ດອນລາສະຫະລັດກໍ່ຄື ສາມາດເຮັດໄດ້ເກືອບໝົດທຸກຢ່າງ ມີຂໍ້ຈຳກັດພຽງແຕ່ບໍ່ສາມາດເກັບຂໍ້ມູນທີ່ມີຈຳນວນຫຼາຍໆໄດ້
ເລື່ອງການຕະຫຼາດຈະເປັບແບບໃດ?
ເຄື່ອງໂນດບຸກຈະຖືກຂາຍໃຫ້ລັດຖະບານແລະແຈກຢາຍໃຫ້ກັບເດັກນ້ອຍໃນໂຮງຮຽນອີງໃສ່ ໂນດບຸກ 1 ໜ່ວຍຕໍ່ເດັກນ້ອຍໜື່ງຄົນ. ໃນການປຶກສາຫາລືຂັ້ນຕົ້ນເຊີ່ງຈັດຂື້ນທີ່ປະເທດຈີນ, ອີນເດຍ, ບາຊິວ, ອາເຈນຈີຕີນາ, ອີຢິບ, ໄນຈີເຣຍແລະປະເທດໄທ. ນອກຈາກນັ້ນວິທີການແຈກຢາຍເຄື່ອງໂນດບຸກຈະຖືກນຳໃຊ້ເປັນເມັດພັນເພື່ອໃຫ້ນັກພັດທະນາຊຸມຊົນ. ການຜະລິດສຳລຳການຄ້າຈະຖືກຄົ້ນຫາໃນທາງຂະໜານ.
ທ່ານຄາດການວ່າເມື່ອໃດໂນດບຸກເຫຼົ່ານີ້ຈະອອກສູ່ຕະຫລາດ? ທ່ານເຫັນອຸປະສັກໃຫຍ່ອັນໃດແດ່?
ແຜນຂັນທຳອິດແມ່ນຕ້ອງມີໜ່ວຍງານກຽມພ້ອມເພື່ອຂົນສົ່ງພາຍໃນສິ້ນປີ 2006 ຫຼື ຕົ້ນປີ 2007. ໂຮງງານຈະເລີ່ມຜະລິດເມື່ອມີການສັ່ງຂອງເປັນຈຳນວນ 5 ຫາ 10 ລ້ານເຄື່ອງແລະຕ້ອງໄດ້ຈ່າຍກ່ອນລ່ວງໜ້າ.
ປັນຫາໃຫຍ່ກໍ່ຄືເມື່ອໂຮງງານຕ້ອງຜະລິດທຸກໆຢ່າງຈຳນວນ 100 ລ້ານ. ບໍ່ພຽງແຕ່ປັນຫາຕ່ອງໂສ້ຂອງການສະໜອງ ແຕ່ບັນຫາການອອກແບບກໍມີເຊັ່ນດຽວກັນ. ເລື່ອງຂອງການຈັດສັດສ່ວນກໍ່ເປັນເລື່ອງໜ້າຢ້ານກົວ ແຕ່ຂ້າພະເຈົ້າໄດ້ຄົ້ນພົບດ້ວຍຕົວເອງເຖີງຄວາມມະຫັດສະຈັນວ່າແມ່ນອັນໃດທີ່ບາງບໍລິສັດກຳລັງສະເໜີມາຍັງພວກເຮົາ. ຮູ້ສຶກຄືວ່າມີບັນຫາຢ່າງໜ້ອຍເຄີ່ງໜື່ງກຳລັງຈະຖືກແກ້ໄຂ.
ໂຮງງານໃດອອກແບບທຳອິດສຳລັບ ໂນດບຸກລາຄາ 100 ດອນລາສະຫະລັດ?
ບໍລິສັດກັນຕາ ຂອງ ປະເທດໄຕ້ຫັວນໄດ້ຖືກເລືອກໃຫ້ເປັນຜູ້ອອກແບບຜູ້ທຳທຳອິດ ສຳລັບໂຄງການໂນດບຸກຄອມພິວເຕີລາຄາ 100 ດອນລາສະຫະລັດ. ການຕັດສິນໃຈທີ່ເລືອກຫຼັງຈາກຜູ້ບໍລິຫານໄດ້ເບີ່ງຜົນການປະມູນຈາກຫຼາຍໆບໍລິສັດ.
ບໍລິສັດກັນຕາຖືກສ້າງຂື້ນເມື່ອປີ 1988 ໃນໄຕ້ຫວັນ. ດ້ວຍມູນຄ່າການຂາຍຈຳນວນຫຼາຍກວ່າ 10 ລ້ານດອນລາສະຫະລັດ, ດັ່ງນັ້ນ ບໍລິສັດກັນຕາຈື່ງເປັນໂຮງງານທີ່ມີຂະໜາດໃຫ້ກວ່າໝູ່ໃນໂລກໃນເລື່ອງຂອງການຜະລິດໂນດບຸກຄອມພິວເຕີ; ນອກຈາກນັ້ນບໍລິສັດຍັງເປັນຜຜູ້ຜະລິດມືຖື, ໂທລະທັດໜ້າຈໍເອວຊີດີ ແລະ ຜະລິດຕະພັນສຳລັບຕົວບໍລິການເຄືອຂ່າຍແລະເກັບຂໍ້ມູນ. ຍີ່ງໄປກວ່ານັ້ນບໍລິສັດກັນຕາຍັງເປີດຕະຫຼາດດ້ວຍມູນຕ່າ 200 ລ້ານດອນລາສະຫະລັດກ່ຽວກັບ R&D center, Quanta R&D Complex (QRDC), ໃນໄຕ້ຫວັນ. ເປີດໃຫ້ບໍລິການໃນໄຕມາດ 3 ປີ 2005, ເຊີ່ງມີພື້ນທີ່ 2.2 ລ້ານແມັດກາເລ, ແລະສາມາດບັນຈຸຄົນໄດ້ເຖີງ 7,000 ຄົນ.
ໂຄງສ້າງເລີ່ມຕົ້ນຈະເປັນແນວໃດ?
ຄອມພິວເຕີໂນດບຸກ 100 ດອນລາສະຫະລັດ ຖືກພັດທະນາໂດຍ ຄອມພິວເຕີໜື່ງໜ່ວຍຕໍ່ເດັກນ້ອຍໜື່ງຄົນ (OLPC), ອີງຕາມເດລາແວ, ອົງກອນທີ່ບໍ່ສະແຫວງຫາຜົນກຳໄລເປັນຜູ້ສ້າງໂດຍຄະນະສະມາຊິກຈາກ ຫ້ອງທົດລອງ ເອັມໄອທີ ມີເດຍເປັນຜູ້ອອກແບບ, ຜະລິດ ແລະ ແຈກຢາຍຄອມພິວເຕີໂນດບຸກ ເຊີ່ງມີພຽງພໍແລະລາຄາບໍ່ແພງ ເພື່ອແຈກຢາຍໃຫ້ແກ່ເດັກນ້ອຍທຸກໆຄົນ ໃນໂລກໃຫ້ສາມາດເຂົ້າຫາແຫ່ງຄວາມຮູ້ແລະເປັນຮູບແບບການສຶກສາທີ່ທັນສະໄໝ. OLPC ແມ່ນອີງໃສ່ ຜູ້ສ້າງ ທິດສະດີການຮຽນເປັຍໂນໂດຍ ທ່ານ ເຊເມີ ແລະ ຕໍ່ມາແມ່ນ ອາລານ ເກ, ແລະ ຫັກເກນທີ່ສະແດງໃນ ປື້ມຂຽນຂອງທ່ານນິໂຄລາດ ເນໂກໂຟນເຕ ກ່ຍວກັບການເປັນດີຈິຕອນ. ສະມາຊິດຜູ້ປະສານນງານໃນເລີ່ມຕົ້ນແມ່ນນຳໃຊ້ອຸປະກອນທີ່ທັນສະໄໝທີ່ສຸດກໍ່ຄື ຮາດແວທີ່ນ້ອຍສຸດ(AMD), ໄບຼສະຕາ(Brightstar), ກຸກກູ(Google), ນິວໂຄເປີເຮຊັນ(News Corporation), ນອດເທວ(Nortel), ແລະ ໂປຼແກຼມໝວກແດງ (Red Hat).
ທ່ານນິໂຄລາດ ເນໂກໂຟນເຕແມ່ນເປັນປະທານຂອງໜື່ງຄອມພິວເຕີໂນດບຸກຕໍ່ເດັກນ້ອນໜື່ງຄົນແລະທ່ານ ແມຣີ ລູເຈເຊັນເປັນຫົວໜ້າໜ່ວຍງານດ້ານເຕັກນິກ. ທ່ານອື່ນໆທີ່ກ່ຽວຂ້ອງໃນການພັດທະນາ ຄອມພິວເຕີໂນດບຸກ 100 ດອນລາສະຫະລັດມີຄື: ທ່ານ ວໍເຕີ ເບນເດີ, ທ່ານ ວີ ໄມເຄີລ ເບລດຊາສ, ທ່ານ ວີ ໄມເຄີລ ເບີບ, ເຈອາ ເດວິດ ຄາວານໂດ, ທ່ານ ເບນຈາມິນ ມາໂກ ຮິວ, ທ່ານ ໂຈເຊບ ຈາຄອບສັນ, ທ່ານ ອາລານ ເກ, ທ່ານ ທອດ ມາໂຄເວີ, ທ່ານ ເຊເມີ ເປເປີດ, ທ່ານ ມິດເຊວ ເຣສນິກ, ແລະ ທ່ານ ເຕດ ເຊວເກີ.
ບໍລິສັດ ອອກ ແບບ ຄອນຕີນ້ຳ ເປັນຜູ້ປະສານງານໃນການອອກແບບໂນດບຸກຄອມພິວເຕີ.
ເດຶອນກຸມພາ 2006